 |
Home >
ທຸລະກິດ>
ຢູເຄຣນ ເລີ້ມດຳເນີນງານ ເພື່ອຈັດຕັ້ງລັດຖະບານ ສາມັກຄີຊາດຂຶ້ນ (ສະໄລດ໌/ວີດີໂອ)
|
|
|
|
Updated:
01/01/1970
Viewed : 407
ບໍ່ເປັນທີ່ຮູ້ຈັກວ່າ ປະທານາທິບໍດີ Viktor Yanukovych
ຢູ່ແຫ່ງຫົນໃດ ໃນວັນອາທິດມື້ນີ້ ຫຼັງຈາກທີ່ທ່ານອອກຈາກ
ນະຄອນຫຼວງ Kyiv ໄປ ໃນວັນເສົາວານນີ້ ແລະ ຜູ້ນຳຝ່າຍ
ຄ້ານແລະອະດີດນາຍົກລັດຖະມົນຕີ Yulia Tymoshenko
ໄດ້ຖືກປ່ອຍອອກຈາກຄຸກ.
|
|
|
|
|
ບໍ່ເປັນທີ່ຮູ້ຈັກວ່າ ປະທານາທິບໍດີ Viktor Yanukovych ຢູ່ແຫ່ງຫົນໃດ ໃນວັນອາທິດມື້ນີ້ ຫຼັງຈາກທີ່ທ່ານອອກຈາກ ນະຄອນຫຼວງ Kyiv ໄປ ໃນວັນເສົາວານນີ້ ແລະ ຜູ້ນຳຝ່າຍ ຄ້ານແລະອະດີດນາຍົກລັດຖະມົນຕີ Yulia Tymoshenko ໄດ້ຖືກປ່ອຍອອກຈາກຄຸກ.
ໜ່ວຍຍາມຊາຍແດນເວົ້າວ່າ ເຮືອບິນລຳນຶ່ງທີ່ຈະພາທ່ານ Yanukovych ເດີນທາງອອກນອກປະເທດ ໃນມື້ວານນີ້ ໄດ້ຖືກຂັດຂວາງບໍ່ໃຫ້ຂຶ້ນຈາກເດີ່ນ.
ຜູ້ນຳຝ່າຍຄ້ານ ທ່ານ Vitali Klitschko ກ່າວໃນມື້ນີ້ວ່າ ອະດີດ ຜູ້ນຳທີ່ຖືກໂຄ່ນລົ້ມ ຄວນຈະເປັນຜູ້ຮັບຜິດຊອບໂດຍເຕັມ ສຳລັບ ຄວາມຮຸນແຮງເຖິງຕາຍ ທີ່ເກີດຂຶ້ນເມື່ອ 2-3 ມື້ມານີ້. ທ່ານໄດ້ມີຄວາມເຫັນ ຕໍ່ຊາວຢູເຄຣນຈຳນວນຫຼວງຫຼາຍ ທີ່ຍັງຢູ່ທີ່ບໍລິເວນ ນຶ່ງຂອງເມືອງຫຼວງ ທີ່ໄດ້ເປັນຈຸດສູນກາງຂອງການປະທ້ວງທີ່ພາໃຫ້ມີ ຄົນເສຍຊີວິດນັ້ນ.
ປາກົດວ່າ ພວກປະຊາຊົນເຫຼົ່ານັ້ນ ກຳລັງຖ້າຟັງເບິ່ງວ່າ ຈະມີຫຍັງເກີດຂຶ້ນຕໍ່ໄປ.
ຂະນະດຽວກັນ ສະພາແຫ່ງຊາດຂອງຢູເຄຣນໄດ້ປະຊຸມພິເສດກັນ ໃນວັນອາທິດມື້ນີ້ ໃນ ຄວາມພະຍາຍາມເພື່ອປະກອບລັດຖະບານ ສາມັກຄີຊາດຂຶ້ນ. ໃນວັນເສົາວານນີ້ ສະພາແຫ່ງຊາດຢູເຄຣນ ໄດ້ລົງມະຕິປົດປະທານາທິບໍດີ Yanukovych ອອກຈາກຕຳແໜ່ງ ແລະຈັດໃຫ້ມີການເລືອກຕັ້ງຂຶ້ນກ່ອນກຳນົດ ໃນວັນທີ 25 ພຶດສະພາປີນີ້.
ນອກນີ້ ສະພາຍັງໄດ້ເລືອກຕັ້ງເອົາປະທານສະພາຄົນໃໝ່ ທ່ານ Oleksandr Turchynov ຊຶ່ງເປັນພັນທະມິດຂອງທ່ານນາງ Tymoshenko ມາຕັ້ງແຕ່ດົນນານ. ອະດີດປະທານສະ ພາແລະຜູ້ສະໜັບສະໜຸນລັດຖະບານ ທ່ານ Voloymyr Rybak ໄດ້ລາອອກຈາກ ຕຳແໜ່ງ |
Related items
|
ຊ່ວຍເຫຼືອ
Hotline |
02096693888 |
|
www.lak.la@gmail.com |
|
|
ຂໍ້ມູນຂ່າວສານ HOT
ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ເສຍຊີວິດ 4 ຄົນ (ວີດີໂອ)
ອາເລັກຊານດຣາ - ຮັກເຈົ້າ ຕະຫຼອດໄປ
ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ເສຍຊີວິດ 4 ຄົນ (ວີດີໂອ)
ອາເລັກຊານດຣາ - ຮັກເຈົ້າ ຕະຫຼອດໄປ
ສະຖິຕິ
ມື້ນີ້ 1 |
ມື້ວານ 1 |
Online 1 |
ຈຳນວນຄັ້ງເຂົ້າເບິ່ງ 4704 |
ສະເລ່ຍ 4 |